×

Investment Service Center
021766013

Investment Promotion Department
021766012

00856-21-766012

ແນະນຳກ່ຽວກັບເຂດພັດທະນາ
ຂະບວນການພັດທະນາເຂດ

ໃນເດືອນ ມິຖຸນາ 2010, ໃນຂະນະທີ່ທ່ານ ບຸນຍັງ ວໍລະຈິດ ດໍາລົງຕໍາແໜ່ງເປັນຮອງປະທານປະເທດ ສປປ ລາວ ແລະ ທ່ານ ສີຈິ້ນຜິງ ດໍາລົງຕໍາແໜ່ງເປັນຮອງປະທານປະເທດ ສປ.ຈີນ, ໄດ້ໃຫ້ກຽດເປັນສັກຂີພະຍານໃນພິທີລົງນາມບົດບັນທຶກຄວາມເຂົ້າໃຈໂຄງການເຂດພັດທະນາກວມລວມໄຊເຊດຖາ ນະຄອນຫຼວງວຽງຈັນ ສປປ ລາວ ລະຫວ່າງອົງການປົກຄອງນະຄອນຫຼວງວຽງຈັນກັບບໍລິສັດ ລົງທຶນຕ່າງປະເທດ ແຂວງຢູນນານ ແລະ ທະນາຄານພັດທະນາແຫ່ງຊາດຈີນ.

ໃນເດືອນ ສິງຫາ 2011, ລັດຖະບານລາວ ໄດ້ອະນຸມັດເອກະສານ “ການສ້າງຕັ້ງເຂດພັດທະນາກວມລວມໄຊເຊດຖາ ນະຄອນຫຼວງວຽງຈັນ”ແລະ ຕົກລົງຮັບຮອງເອົາເຂດພັດທະນາ ເປັນເຂດເສດຖະກິດພິເສດລະດັບຊາດຂອງ ສປປ ລາວ.

ໃນເດືອນ ກໍລະກົດ 2012, ຈີນ ແລະ ລາວ ໄດ້ລົງນາມໃນ "ສັນຍາລະຫວ່າງລັດຖະບານ ແຫ່ງ ສາທາລະນະລັດ ປະຊາຊົນຈີນ ແລະ ລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ວ່າດ້ວຍ ເຂດພັດທະນາກວມລວມໄຊເຊດຖາ ນະຄອນຫຼວງວຽງຈັນ" ຢູ່ທີ່ນະຄອນຫຼວງ ປັກກິ່ງ.


ໃນເດືອນສິງຫາ 2016, ກະຊວງການຄ້າ ແລະ ກະຊວງການເງິນ ສປ ຈີນ ໄດ້ຮ່ວມກັນອອກ “ໜັງສືຢັ້ງຢືນເຂດຮ່ວມມືເສດຖະກິດ ແລະ ການຄ້າຕ່າງປະເທດ”, ໂດຍຢັ້ງຢືນຢ່າງເປັນທາງການວ່າ ເຂດພັດທະນາກວມລວມໄຊເຊດຖາເປັນເຂດຮ່ວມມືເສດຖະກິດ ແລະ ການຄ້າກັບຕ່າງປະເທດລະດັບຊາດຂອງຈີນ.

ໃນເດືອນ ກັນຍາ 2016, ເຂດພັດທະນາ ໄດ້ຖືກກ່າວເຖິງໃນ "ຖະແຫຼງການຮ່ວມລາວ-ຈີນ".


ໃນເດືອນ ຕຸລາ 2018, ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ຕົກລົງເຫັນດີໃຫ້ ຂະແໜງອຸດສາຫະກຳ ໃນເຂດພັດທະນາກວມລວມໄຊເຊດຖາ ປະຕິບັດນະໂຍບາຍພິເສດ ຕາມດຳລັດຂອງນາຍົກລັດຖະມົນຕີ ສະບັບເລກທີ 177/ນຍ, ສ່ວນຂະແໜງການອື່ນແມ່ນປະຕິບັດຕາມ ດຳລັດຂອງນາຍົກລັດຖະມົນຕີ ສະບັບເລກທີ 73/ນຍ.

ໃນເດືອນ ພຶດສະພາ 2019, ໂຄງການເຂດພັດທະນາໄດ້ຖືກເອົາເຂົ້າໃນ "ແຜນການເຄື່ອນໄຫວຂອງພັກກອມມູນິດຈີນ ແລະ ພັກປະຊາຊົນປະຕິວັດລາວ ກ່ຽວກັບການກໍ່ສ້າງຄູ່ຮ່ວມຊະຕາກຳລາວ-ຈີນ."

ໃນເດືອນທັນວາ 2021, ເຂດພັດທະນາ ໄດ້ຖືກຈັດອັນດັບ ເປັນເຂດເສດຖະກິດພິເສດລະດັບໜື່ງ,ໂດຍກະຊວງແຜນການ ແລະ ການລົງທຶນຂອງລາວ.