×

Investment Service Center
021766013

Investment Promotion Department
021766012

00856-21-766012

ກ່ຽວກັບ
01
ອົງການປົກຄອງນະຄອນຫຼວງວຽງຈັນ

ໃນປີ 2010, ອົງການປົກຄອງນະຄອນຫຼວງວຽງຈັນ ໄດ້ຮ່ວມທຶນກັບ ບໍລິສັດ ລົງທຶນຕ່າງປະເທດ ແຂວງຢູນນານ ເພື່ອກໍ່ສ້າງ ແລະ ພັດທະນາເຂດພັດທະນາກວມລວມໄຊເຊດຖາ; ໃນນັ້ນ, ອົງການປົກຄອງນະຄອນຫຼວງວຽງຈັນ ຖືຮຸ້ນ 25%, ຊຶ່ງຕົ້ນຕໍແມ່ນຮັບຜິດຊອບປະສານງານພາກສ່ວນທີ່ກ່ຽວຂ້ອງຂອງຝ່າຍລາວ, ຊ່ວຍເຫຼືອອຳນວຍຄວາມສະດວກໃນການດຳເນີນເອກະສານຕ່າງໆ, ປະສານງານກັບຂະແໜງການກ່ຽວຂ້ອງ ເພື່ອອຳນວຍຄວາມສະດວກແກ່ການໂອນເງິນເຂົ້າອອກ ສປປ ລາວ ແລະ ປະສານກັບອຳນາດການປົກຄອງທ້ອງຖິ່ນທີ່ຄຸ້ມຄອງ ເຂດພັດທະນາ, ເພື່ອໃຫ້ສາມາດດຳເນີນການພັດທະນາ ໄດ້ຕາມຈຸດປະສົງເປົ້າໝາຍ.


02
ກຸ່ມບໍລິສັດດຶງດູດການລົງທຶນ

ກຸ່ມບໍລິສັດ ດຶງດູດການລົງທຶນ ແມ່ນລັດວິສາຫະກິດຂະໜາດໃຫຍ່ຂອງ ສປ.ຈີນ ທີ່ຂຶ້ນກັບສູນກາງໂດຍກົງ, ຊຶ່ງມີສໍານັກງານໃຫຍ່ຢູ່ເຂດປົກຄອງພິເສດຮົງກົງ, ສ້າງຕັ້ງຂຶ້ນໃນປີ 1872 ໃນໄລຍະການເຄື່ອນໄຫວຂອງຕາເວັນຕົກ, ເປັນລັດວິສາຫະກິດທີ່ມີອາຍຸຫຼາຍສັຕະວັດ ແລະ ດຳເນີນທຸລະກິດແບບປະສົມປະສານ. ໃນປີ 2018, ກຸ່ມບໍລິສັດ ດຶງດູດການລົງທຶນ ແລະ ບໍລິສັດ ຮ່ວມທຶນ ລາວ-ຈີນ ຈຳກັດ ໄດ້ຮ່ວມທຶນກັນສ້າງຕັ້ງບໍລິສັດ ບໍລິຫານທຸລະກິດ ໄຊເຊດຖາ ຈຳກັດ ດ້ວຍທຶນຈົດທະບຽນ 1 ລ້ານໂດລາສະຫະລັດ ໂດຍມີຄວາມຮັບຜິດຊອບຕົ້ນຕໍໃນການຄຸ້ມຄອງ ແລະ ບໍລິຫານ ເຂດພັດທະນາກວມລວມໄຊເຊດຖາ ນະຄອນຫຼວງວຽງຈັນ.