×

Investment Service Center
021766013

Investment Promotion Department
021766012

00856-21-766012

ການສະໜັບສະໜູນຈາກສອງລັດຖະບານລາວ-ຈີນ
Release time:2023-09-01 09:50 Source: 原创 Reporter: admin Photographer: Auditor:
Share

        ໃນວັນທີ 30 ເມສາ 2019, ສອງລັດຖະບານລາວ-ຈີນ ໄດ້ຮ່ວມເຊັນສັນຍາການກໍ່ສ້າງຂອບການຮ່ວມມືແລວທາງເສດຖະກິດຢູ່ທີ່ນະຄອນປັກກິ່ງ ສປ ຈີນ (ແຕ່ປີ 2019-2030) ວ່າດ້ວຍການຮ່ວມກັນຊຸກຍູ້ການພັດທະນາເຂດພັດທະນາກວມລວມໄຊເຊດຖານະຄອນຫຼວງວຽງຈັນ;

    ໃນມື້ດຽວກັນນັ້ນ, ສອງລັດຖະບານລາວ-ຈີນ ຍັງໄດ້ຮ່ວມເຊັນ “ສັນຍາ ໂຄງການສໍາຄັນໃນຂະແໜງການຜະລິດ ແລະ ການລົງທຶນລາວ-ຈີນ” ແລະ “ແຜນການຈັດຕັ້ງປະຕິບັດການກໍ່ສ້າງຄູ່ຮ່ວມຊາຕາກໍາລາວ-ຈີນ”.  ຊຶ່ງໃນນັ້ນ, ເຂດພັດທະນາກວມລວມໄຊເຊດຖາ ຍັງເປັນໂຄງການໜຶ່ງທີ່ຖຶກຈັດເຂົ້າໃນແຜນຄັ້ງທີ່ສອງຂອງໂຄງການສໍາຄັນໃນຂະແໜງການຜະລິດ ແລະ ການລົງທຶນລາວ-ຈີນ” ແລະ “ແຜນການຈັດຕັ້ງປະຕິບັດການກໍ່ສ້າງຄູ່ຮ່ວມຊາຕາກໍາລາວ-ຈີນ” ພ້ອມທັງເນັ້ນວ່າ “ຕ້ອງເພີ່ມພູນກໍາລັງການພັດທະນາຕໍ່ໂຄງການຮ່ວມມືເຂດເສດຖະກິດບໍ່ເຕນ-ບໍ່ຫານ ແລະ ເຂດພັດທະນາກວມລວມໄຊເຊດຖານະຄອນຫຼວງວຽງຈັນ, ເສີມຂະຫຍາຍກໍາລັງການກໍ່ສ້າງແກ່ໂຄງການການຮ່ວມມືຂ້າມແດນ ແລະ ເຂດຮ່ວມມືເສດຖະກິດການຄ້າໃຫ້ໃຫຍ່ຂຶ້ນ”