×

Investment Service Center
021766013

Investment Promotion Department
021766012

00856-21-766012

ແນະນຳກ່ຽວກັບເຂດພັດທະນາ
Project introduction
ແນະນຳກ່ຽວກັບໂຄງການເຂດສາທິດ

 ການປ່ຽນແປງຂອງດິນຟ້າອາກາດເປັນສິ່ງທ້າທາຍອັນຮ້າຍແຮງຂອງປະຊາຄົມສາກົນທີ່ກຳລັງປະເຊີນໜ້າຢູ່, ທົ່ວໂລກຈຶ່ງຈຳເປັນຕ້ອງຮ່ວມມືກັນ ເພື່ອຮັບມືກັບມັນ. ໃນຊ່ວງປີຜ່ານມາ, ສປ ຈີນ ໄດ້ຈັດຕັ້ງປະຕິບັດໂຄງການຮ່ວມມືໃຕ້-ໃຕ້, ເພື່ອຮັບມືກັບການປ່ຽນແປງຂອງດິນຟ້າອາກາດຢ່າງຕັ້ງໜ້າ, ຊຶ່ງໃນປີ 2015, ທ່ານ ສີຈິນຜິງ ປະທານປະເທດ ຢູ່ໃນກອງປະຊຸມປາຣີ ຂໍ້ລິເລີ່ມການຮ່ວມມືໃຕ້-ໃຕ້  ໄດ້ກ່າວເຖິງແຜນການກໍ່ສ້າງ "10 ເຂດສາທິດການປ່ອຍອາຍກາກບອນຕ່ຳ ຢູ່ບັນດາປະເທດກຳລັງພັດທະນາ", ໄດ້ສະເໜີ ແລະ ສ້າງຕັ້ງ “ກອງທຶນການຮ່ວມມືໃຕ້-ໃຕ້ ເພື່ອຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ສປ ຈີນ” ເພື່ອສະໜັບສະໜູນ "ປະເທດທີ່ກຳລັງພັດທະນາ ໃນການຮັບມືກັບສິ່ງທ້າທາຍຕໍ່ການປ່ຽນແປງຂອງດິນຟ້າອາກາດ" ດ້ວຍຮູບການຊ່ວຍເຫຼືອດ້ານອຸປະກອນປ່ອຍກາກບອນຕໍ່າ ເພື່ອຍົກລະດັບຄວາມອາດສາມາດໃນການຮັບມືກັບການປ່ຽນແປງດິນຟ້າອາກາດຂອງປະເທດກ່ຽວຂ້ອງ. ເຂດພັດທະນາຂອງພວກເຮົາ ຍັງໄດ້ໃຫ້ການຮ່ວມມືກັບກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມຂອງສອງປະເທດລາວ-ຈີນ ຢ່າງຕັ້ງໜ້າ ໃນການກໍ່ສ້າງເຂດສາທິດການປ່ອຍກາກບອນຕ່ຳ, ຊຶ່ງໃນປີ 2019 ເຂດພັດທະນາ ໄດ້ຖືກເອົາເຂົ້າເປັນ 1 ໃນ 10 ເຂດສາທິດການປ່ອຍກາກບອນຕ່ຳຂອງປະເທດກຳລັງພັດທະນາ. ໄລຍະທີ 1 ແມ່ນໄດ້ຮັບອຸປະກອນຊ່ວຍເຫຼືອ ຈໍານວນໜຶ່ງຄື: ລົດໄຟຟ້າ ຈໍານວນ 28 ຄັນ, ດອກໄຟເຍືອງທາງໂຊລ້າເຊວ 2000 ຊຸດ ແລະ ອຸປະກອນກວດກາມົນລະພິດທາງອາກາດເປັນຕົ້ນ, ປັດຈຸບັນໄດ້ສຳເລັດການສະເໜີຂໍການຊ່ວຍເຫຼືອໄລຍະທີ 2, ຊຶ່ງໂຄງການດັ່ງກ່າວໄດ້ໃຫ້ການຊ່ວຍເຫຼືອມີມູນຄ່າປະມານ 40 ລ້ານຢວນ, ປະກອບມີ ອຸປະກອນຜະລິດໄຟຟ້າແສງຕາເວັນ ມີກຳລັງການຕິດຕັ້ງ 7,15 ເມັກກາວັດ ແລະ ດອກໄຟເຍືອງທາງໂຊລ້າເຊວຈຳນວນໜຶ່ງ, ເປັນໂຄງການທຳອິດໃນປະຫວັດສາດຂອງໂຄງການຮ່ວມມືໃຕ້-ໃຕ້ ທີ່ໃຫ້ການຊ່ວຍເຫຼືອຕ່າງປະເທດເຖິງສອງຄັ້ງໃນຊຸມປີດຽວກັນ, ໃນການທີ່ເຂດພັດທະນາກວມລວມໄຊເຊດຖາ ເປັນເຂດສາທິດການປ່ອຍອາຍກາກບອນຕ່ຳ ນັ້ນ, ແມ່ນຕ້ອງໄດ້ປະຕິບັດພັນທະ ແລະ ໃຊ້ງົບປະມານຫຼາຍສົມຄວນ, ເຊັ່ນ: ເຂດພັດທະນາຕ້ອງໄດ້ປູກຕົ້ນໄມ້ໃຫ້ກາຍເປັນພື້ນທີ່ສີຂຽວ, ຄັດເລືອກເອົາບໍລິສັດທີ່ປ່ອຍມົນລະພິດໜ້ອຍທີ່ສຸດ ແລະ ຕ້ອງນຳໃຊ້ອຸປະກອນຕ່າງໆ ທີ່ເປັນມິດຕໍ່ສິ່ງແວດລ້ອມ ເພື່ອຫຼຸດຜ່ອນການປ່ອຍກາກບອນເປັນຕົ້ນ.


Project event
2019年9月

ເດືອນ ກັນຍາ 2019, ກະຊວງນິເວດ ແລະ ສິ່ງແວດລ້ອມຂອງຈີນ ໄດ້ຕົກລົງເຫັນດີເອົາເຂດພັດທະນາກວມລວມໄຊເຊດຖານະຄອນຫຼວງວຽງຈັນ ເຂົ້າເປັນ “ໜຶ່ງໃນສິບເຂດສາທິດການປ່ອຍອາຍກາກບອນຕ່ຳ ຢູ່ປະເທດກຳລັງພັດທະນາ”


2020年7月

ວັນທີ 16 ກໍລະກົດ 2020,ທ່ານ ຫວງ ຣູນສີ່ວ ລັດຖະມົນຕີກະຊວງນິເວດ ແລະ ສິ່ງແວດລ້ອມຂອງຈີນ ແລະ ທ່ານ ສົມມາດ ພົນເສນາ ລັດຖະມົນຕີກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມຂອງລາວ ໄດ້ຈັດພິທີແບບວີດີໂອທາງໄກ ລົງນາມໃນບົດບັນທຶກຄວາມເຂົ້າໃຈວ່າດ້ວຍການຮ່ວມມືການກໍ່ສ້າງເຂດສາທິດການປ່ອຍກາກບອນຕໍ່າເຂດພັດທະນາກວມລວມໄຊເຊດຖານະຄອນຫຼວງວຽງຈັນ, ເອກະສານດັ່ງກ່າວ ໄດ້ກ່າວວ່າ: ກະຊວງນິເວດ ແລະ ສິ່ງແວດລ້ອມຂອງຈີນ ຈະໃຫ້ການຊ່ວຍເຫຼືອດ້ານອຸປະກອນ ລວມທັງດອກໄຟເຍືອງທາງໂຊລ້າເຊວ, ລົດພະລັງງານໃໝ່ ແລະ ອຸປະກອນຕິດຕາມກວດກາແບບພົກພາ ເພື່ອນຳໃຊ້ເຂົ້າໃນການກໍ່ສ້າງເຂດສາທິດການປ່ອຍອາຍກາກບອນຕ່ຳເຂດພັດທະນາກວມລວມໄຊເຊດຖາ.


2021年6月

ວັນທີ 04 ມິຖຸນາ 2021, ໂຄງການຮ່ວມມືເຂດສາທິດການປ່ອຍອາຍກາກບອນຕ່ຳເຂດພັດທະນາກວມລວມໄຊເຊດຖາ ໄດ້ຮັບການຊ່ວຍເຫຼືອອຸປະກອນຊຸດທຳອິດ ເປັນດອກໄຟເຍືອງທາງໂຊລ້າເຊວ ຈຳນວນ ຈໍານວນ 2,000 ຊຸດ ແລະ ອຸປະກອນຕິດຕາມກວດກາສິ່ງແວດລ້ອມ, ຊຶ່ງໄດ້ຈັດພິທີສົ່ງມອບອຸປະກອນຂຶ້ນ ຢູ່ເມືອງຢາງໂຈ່ວ, ແຂວງຈ່ຽງຊູ່ ສປ ຈີນ; ຫຼັງຈາກນັ້ນ, ອຸປະກອນດັ່ງກ່າວໄດ້ຖືກຂົນສົ່ງມາຍັງເຂດພັດທະນາ.


2021年12月

ວັນທີ 27 ທັນວາ 2021, ໄດ້ຈັດພິທີສົ່ງລົດພະລັງງານໃໝ່ໃຫ້ແກ່ເຂດສາທິດການປ່ອຍກາກບອນຕ່ຳເຂດພັດທະນາກວມລວມໄຊເຊດຖາ ຢູ່ເມືອງຊາງຊາ, ແຂວງຫູນ້ານ ສປ ຈີນ; ຫຼັງຈາກນັ້ນ ລົດ ຈຳນວນ 28 ຄັນ ໄດ້ຖືກຂົນສົ່ງມາຍັງເຂດພັດທະນາ.


2022年4月

ວັນທີ 29 ເມສາ 2022, ໄດ້ຈັດພິທີມອບຮັບລົດພະລັງງານໃໝ່ດ້ວຍຮູບແບບວີດີໂອທາງໄກ ໂດຍມີທ່ານ ຈ້າວ ຍິ່ງໝິນ ຮອງລັດຖະມົນຕີກະຊວງນິເວດ ແລະ ສິງແວດລ້ອມຈີນ ແລະ ທ່ານ ໄຊນະຄອນ ອິນທະວົງ ຮອງລັດຖະມົນຕີກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມຂອງລາວ ເຂົ້າຮ່ວມ ແລະ ມີຄຳເຫັນໃນພິທີດັ່ງກ່າວ; ມາຮອດປັດຈຸບັນ ອຸປະກອນທັງໝົດທີ່ຈີນຊ່ວຍເຫຼືອໄດ້ມາຮອດລາວ ແລະ ໄດ້ນຳໃຊ້ຢ່າງເປັນທາງການແລ້ວ.


2022年10月

ເດືອນ ຕຸລາ 2022, ກະຊວງນິເວດ ແລະ ສິ່ງເວດລ້ອມຂອງຈີນ ໄດ້ຕົກລົງເຫັນດີໃຫ້ການຊ່ວຍເຫຼືອດ້ານອຸປະກອນ ແກ່ເຂດສາທິດການປ່ອຍອາຍກາກບອນຕ່ຳໄຊເຊດຖາ ໄລຍະທີ 2 ແລະ ໃນເດືອນ ພະຈິກ ຂອງປີດຽວກັນ ໄດ້ລົງນາມບົດບັນທຶກຄວາມເຂົ້າໃຈ (MOU)ໄລຍະທີ 2.


2022年12月

ວັນທີ 01 ທັນວາ 2022, ເຂດສາທິດການປ່ອຍກາກບອນຕ່ຳໄຊເຊດຖາ ໄດ້ຖືກຂຽນລົງໃນບົດຖະແຫຼງການຮ່ວມລາວ ແລະ ຈີນ ກ່ຽວກັບ “ການເຂົ້າສູ່ລວງເລິກການຮ່ວມມືໃນການກໍ່ສ້າງຄູ່ຮ່ວມສະຕາກຳລາວ-ຈີນ”.